lo_2ch_text_ulb_l3/23/18.txt

1 line
1.1 KiB
Plaintext

\v 18 ເຢໂຮຢາດາໄດ້ແຕ່ງຕັ້ງເວນຍາມໄວ້ເບິ່ງແຍງພຣະວິຫານຂອງພຣະເຢເວພາຍໃຕ້ການຄວບຄຸມຂອງປະໂລຫິດ, ທີ່ເປັນຄົນເລວີ, ຜູ້ທີ່ດາວິດຊົງຈັດຕັ້ງໃຫ້ເບິ່ງແຍງພຣະວິຫານຂອງພຣະຢາເວ, ໃຫ້ຖວາຍເຄື່ອງເຜົາບູຊາແກ່ພຣະຢາເວ, ຕາມທີ່ບັນທຶກໄວ້ໃນພຣະບັນຍັດຂອງໂມເຊ, ດ້ວຍຄວາມຊົມຊື່ນຍິນດີ ແລະການຮ້ອງເພງ, ຕາມຄຳສັ່ງຂອງດາວິດ. \v 19 ເຢໂຮຢາດາໄດ້ຕັ້ງຜູ້ເຝົ້າປະຕູໄວ້ທີ່ປະຕູຮົ້ວພຣະວິຫານຂອງພຣະຢາເວ, ເພື່ອບໍ່ໃຫ້ຜູ້ມີມົນທິນດ້ວຍປະການຫນຶ່ງປະການໃດເຂົ້າໄປ.