lo_2ch_text_ulb_l3/32/13.txt

1 line
1.9 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 13 ເຈົ້າບໍ່ຮູ້ຫລືວ່າ ເຮົາ ແລະ ບັນພະບູລຸດຂອງເຮົາໄດ້ເຮັດຫຍັງແກ່ຊົນຊາດທັງຫລາຍແຫ່ງປະເທດຕ່າງໆ? ພະຂອງບັນດາປະຊາຊາດແຫ່ງປະເທດເຫລົ່ານັ້ນສາມາດຊ່ອຍປະເທດຂອງພວກເຂົາໃຫ້ພົ້ນຈາກມືຂອງເຮົາໄດ້ບໍ? \v 14 ໃນພວກພະທັງປວງແຫ່ງປະຊາຊາດເຫລົ່ານັ້ນທີ່ບັນພະບູລຸດຂອງເຮົາໄດ້ທຳລາຍເສຍຈົນຫມົດສິ້ນ, ຍັງມີພະອົງໃດແດ່ທີ່ສາມາດຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາ? ແລ້ວພຣະເຈົ້າຂອງເຈົ້ານັ້ນຫລືຈະສາມາດຊ່ອຍເຈົ້າໃຫ້ພົ້ນຈາກມືຂອງເຮົາ? \v 15 ເພາະສະນັ້ນ ບັດນີ້ຢ່າໃຫ້ເຮເຊກີຢາຫລອກລວງເຈົ້າ ຫລື ພາເຈົ້າໃຫ້ຫລົງໃນທຳນອງນີ້. ຢ່າເຊື່ອລາວ, ເພາະບໍ່ມີພະແຫ່ງປະຊາຊາດ ຫລືລາຊະອານາຈັກໃດທີ່ສາມາດຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາ, ຫລືຈາກມືບັນພະບູລຸດຂອງເຮົາ. ພຣະເຈົ້າຂອງເຈົ້າຈະຊ່ອຍເຈົ້າໃຫ້ພົ້ນຈາກມືຂອງເຮົາໄດ້ຫລາຍກວ່ານັ້ນຈັກເທົ່າໃດ? "