lo_2ch_text_ulb_l3/01/08.txt

1 line
2.2 KiB
Plaintext

\v 8 ໂຊໂລໂມນທູນພຣະເຈົ້າວ່າ, “ພຣະອົງໄດ້ຊົງສຳແດງຄວາມຮັກອັນຫມັ້ນຄົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້າພະອົງ, ແລະ ຊົງໃຫ້ຂ້າພະອົງປົກຄອງແທນ. \v 9 ບັດນີ້, ຂ້າແດ່ພຣະຢາເວ, ຂໍໃຫ້ພຣະສັນຍາຂອງພຣະອົງທີ່ມີຕໍ່ດາວິດ ພໍ່ຂອງຂ້າພະອົງເປັນຈິງ, ເພາະພຣະອົງໄດ້ຊົງຕັ້ງໃຫ້ຂ້າພະອົງເປັນກະສັດເຫນືອຊົນຊາດທີ່ຫລາຍຄືຂີ້ຝຸ່ນດິນແຫ່ງແຜ່ນດິນໂລກ. \v 10 ຂໍຊົງປຣະທານສະຕິປັນຍາ ແລະ ຄວາມຮູ້ແກ່ຂ້າພະອົງ, ເພື່ອຂ້າພະອົງຈະນຳຊົນຊາດນີ້, ເພາະມີຜູ້ໃດບໍທີ່ຈະພິພາກສາປະຊາຊົນຂອງພຣະອົງອັນຫລວງຫລາຍນັ້ນໄດ້?” \v 11 ພຣະເຈົ້າກ່າວຕອບໂຊໂລໂມນວ່າ, “ເພາະວ່າສິ່ງນີ້ຢູ່ໃນຈິດໃຈຂອງເຈົ້າ, ແລະ ເຈົ້າບໍ່ໄດ້ຂໍຊັບສົມບັດຄວາມຮັ່ງມີ, ກຽຕ ຫລື ຊີວິດຂອງຄົນເຫລົ່ານັ້ນທີ່ກຽດຊັງເຈົ້າ, ແລະ ບໍ່ໄດ້ຂໍຊີວິດໃຫ້ຍືນຍາວ, ແຕ່ໄດ້ຂໍສະຕິປັນຍາ ແລະ ຄວາມຮູ້ເພື່ອຕົວເຈົ້າເອງ, ເພື່ອເຈົ້າຈະພິຈາຣະນາປະຊາຊົນຂອງເຮົາ, ຜູ້ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເຫນືອພວກເຂົານັ້ນ, ແລະ ສິ່ງນີ້ຄືສິ່ງທີ່ເຮົາຈະກະທຳ.