lo_2ch_text_ulb_l3/33/07.txt

1 line
1.8 KiB
Plaintext

\v 7 ຮູບເຄົາລົບສະຫລັກຄື ຮູບເຄົາລົບທີ່ພະອົງຊົງສ້າງນັ້ນ, ພະອົງຊົງຕັ້ງໄວ້ໃນພຣະວິຫານຂອງພຣະເຈົ້າ. ຊຶ່ງພຣະເຈົ້າກ່າວກັບດາວິດ ແລະ ໂຊໂລໂມນລູກຊາຍຂອງດາວິດວ່າ, “ໃນວິຫານນີ້ແລະ ໃນເຢຣູຊາເລັມ, ຊຶ່ງເຮົາໄດ້ເລືອກອອກຈາກຕະກູນທັງຫມົດຂອງອິດສະຣາເອນ, ເຮົາຈະບັນຈຸນາມຂອງເຮົາໄວ້ເປັນນິດ. \v 8 ແລະເຮົາຈະບໍ່ໃຫ້ຕີນຂອງອິດສະຣາເອນພະເນຈອນອອກໄປຈາກແຜ່ນດິນຊຶ່ງເຮົາໄດ້ກຳນົດໃຫ້ບັນພະບູລຸດຂອງເຈົ້າອີກເລີຍ, ຖ້າພວກເຂົາພຽງແຕ່ລະມັດລະວັງ ເຮັດທຸກຢ່າງທີ່ເຮົາໄດ້ບັນຊາພວກເຂົາໄວ້ ຄືກົດຫມາຍ, ກົດເກນ, ແລະ ກົດທັງຫມົດທີ່ໄດ້ໃຫ້ໄວ້ໂດຍທາງໂມເຊ.” \v 9 ມານາເຊຊົງຊັກຈູງຢູດາ ແລະ ຊາວເຢຣູຊາເລັມໃຫ້ຫລົງໄປ ພວກເຂົາຈຶ່ງເຮັດຄວາມຊົ່ວຮ້າຍຫລາຍກວ່າບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ຊົງທຳລາຍໃຫ້ພົ້ນຈາກຫນ້າປະຊາຊົນອິດສະຣາເອນນັ້ນ.