1 line
916 B
Plaintext
1 line
916 B
Plaintext
\v 6 ກະສັດເຣໂຮໂບອາມກໍຊົງປຶກສາກັບບັນດາຜູ້ເຖົ້າ ຜູ້ຢູ່ງານປະຈຳໂຊໂລໂມນ ບິດາຂອງພະອົງ ຂະນະທີ່ພະອົງຍັງຊົງພະຊົນຢູ່; ພະອົງກ່າວວ່າ, “ທ່ານທັງຫລາຍຈະແນະນຳເຮົາໃຫ້ຕອບປະຊາຊົນນີ້ຢ່າງໃດ?” \v 7 ພວກເຂົາທັງຫລາຍທູນພະອົງວ່າ, “ຖ້າພະອົງຊົງເມດຕາແກ່ປະຊາຊົນນີ້ ແລະ ເຮັດໃຫ້ພວກເຂົາພໍໃຈ, ແລະກ່າວຕອບຄຳດີແກ່ພວກເຂົາ, ພວກເຂົາກໍຈະເປັນຜູ້ຮັບໃຊ້ຂອງພະອົງເປັນນິດ.” |