lo_2ch_text_ulb_l3/23/08.txt

1 line
1.0 KiB
Plaintext

\v 8 ດັ່ງນັ້ນຄົນເລວີ ແລະ ຄົນຢູດາທັງປວງໄດ້ເຮັດທຸກສິ່ງທີ່ປະໂລຫິດເຢໂຮຢາດາໄດ້ບັນຊາໄວ້. ພວກເຂົາຕ່າງກໍນຳຄົນຂອງຕົນມາ, ຄືທັງຄົນທີ່ອອກເວນຍາມໃນວັນສະບາໂຕ, ແລະ ບັນດາຄົນເຫລົ່ານັ້ນທີ່ຈະເຂົ້າເວນຍາມ ໃນວັນສະບາໂຕ, ເພາະເຢໂຮຢາດາ, ປະໂລຫິດໄດ້ບໍ່ໄດ້ປ່ອຍກອງເວນຍາມໃຫ້ອອກເວນ. \v 9 ເຢໂຮຢາດາ, ປະໂລຫິດ, ໄດ້ມອບຫອກກັບຫອກ ແລະ ໂລ່ຊຶ່ງເປັນຂອງກະສັດດາວິດທີ່ຢູ່ໃນພຣະວິຫານຂອງພຣະເຈົ້າໃຫ້ຜູ້ບັງຄັບບັນຊາກອງຮ້ອຍ.