lo_2ch_text_ulb_l3/26/06.txt

1 line
1.2 KiB
Plaintext

\v 8 \v 6 ອຸດຊີຢາສະເດັດອອກໄປເຮັດສົງຄາມຕໍ່ສູ້ກັບຄົນຟີລິດສະຕີນ. ພະອົງໄດ້ຊົງພັງກຳແພງເມືອງກັດ, ກຳແພງເມືອງຢັບເນ, ແລະ ກຳແພງເມືອງອາຊະໂດດ; ພະອົງຊົງສ້າງຫົວເມືອງໃນເຂດແດນອາຊະໂດດ ແລະ ບ່ອນອື່ນອີກທ່າມກາງຄົນຟີລິດສະຕີນ. \v 7 ພຣະເຈົ້າຊົງຊ່ວຍພະອົງໃນການຕໍ່ສູ້ຄົນຟີລິດສະຕີນ, ຕໍ່ສູ້ຄົນອາຫລັບທີ່ອາໄສຢູ່ໃນກູເຣບາອານ, ແລະ ຕໍ່ສູ້ກັບຄົນເມອູນີມ.\v 8 ຄົນອຳໂມນໄດ້ຖວາຍບັນນາການແກ່ອຸດຊີຢາ, ແລະ ພະນາມຂອງພະອົງກໍແຜ່ອອກໄປເຖິງເຂດແດນເອຢິບ, ເພາະພະອົງຊົງເຂັ້ມແຂງຂຶ້ນຫລາຍ.