lo_2ch_text_ulb_l3/13/08.txt

1 line
1.1 KiB
Plaintext

\v 8 ບັດນີ້ ທ່ານຄິດວ່າຈະຕໍ່ຕ້ານລາຊະອານາຈັກຂອງພຣະຢາເວທີ່ຢູ່ໃນມືລູກຫລານຂອງດາວິດ. ເພາະທ່ານທັງຫລາຍເປັນຄົນຫມູ່ໃຫຍ່, ແລະ ມີພະເປັນລູກງົວຄຳທີ່ເຢໂຣໂບອາມສ້າງໄວ້ໃຫ້ທ່ານ. \v 9 ທ່ານທັງຫລາຍບໍ່ໄດ້ຂັບໄລ່ປະໂລຫິດຂອງພຣະຢາເວ, ລູກຫລານຂອງອາໂຣນ, ແລະ ຄົນເລວີອອກໄປຫລື?ພວກເຈົ້າບໍ່ໄດ້ ຕັ້ງປະໂລຫິດສຳລັບຕົນເອງຄືຊົນຊາດທັງຫລາຍຫລື? ຜູ້ໃດທີ່ນຳງົວຫນຸ່ມ ແລະ ແກະຜູ້ເຈັດໂຕມາຊຳລະຕົວໃຫ້ບໍລິສຸດໄວ້ ຈະໄດ້ເປັນປະໂລຫິດຂອງສິ່ງທີ່ບໍ່ແມ່ນພະແທ້.