lo_2ch_text_ulb_l3/13/01.txt

1 line
1.1 KiB
Plaintext

\c 13 \v 1 ໃນປີທີສິບແປດແຫ່ງລາຊະການຂອງກະສັດເຢໂຣໂບອາມ, ອາບີຢາໄດ້ເລີ່ມປົກຄອງເຫນືອປະເທດຢູດາ. \v 2 ພະອົງຊົງປົກຄອງໃນເຢຣູຊາເລັມສາມປີ; ແມ່ຂອງພະອົງມີພະນາມວ່າ ມີກາຢາ, ລູກສາວຂອງອຸຣີເອນແຫ່ງກິເບອາ. ມີສົງຄາມລະຫວ່າງອາບີຢາ ແລະ ເຢໂຣໂບອາມ. \v 3 ອາບີຢາສະເດັດອອກເຮັດສົງຄາມ ກັບກອງທັບທະຫານທີ່ກ້າຫານ,​ຊຳນານເສິກ, ເປັນຄົນຄັດເລືອກແລ້ວສີ່ແສນຄົນ. ເຢໂຣໂບອາມໄດ້ຕັ້ງແນວຮົບສູ້ກັບພະອົງດ້ວຍຄົນທີ່ຖືກຄັດເລືອກ ທີ່ກ້າຫານ, ຊຳນານເສິກເປັນທະຫານແປດແສນຄົນ.