lo_2ch_text_ulb_l3/07/01.txt

1 line
1.3 KiB
Plaintext

\c 7 \v 1 ເມື່ອໂຊໂລໂມນຈົບຄຳອະທິຖານຂອງພະອົງແລ້ວ, ໄຟໄດ້ລົງມາຈາກຟ້າສະຫວັນໄຫມ້ເຄື່ອງເຜົາບູຊາ ແລະ ເຄື່ອງສັດບູຊາ, ແລະ ສະຫງ່າລາສີຂອງພຣະຢາເວກໍເຕັມພຣະວິຫານ. \v 2 ປະໂລຫິດເຂົ້າໄປໃນພຣະວິຫານຂອງພຣະຢາເວບໍ່ໄດ້, ເພາະວ່າພຣະລັດສະຫມີຂອງພຣະຜູ້ເປັນເຈົ້າເຕັມພຣະວິຫານຂອງພຣະຜູ້ເປັນເຈົ້າ. \v 3 ເມື່ອບັນດາຊົນອິດສະຣາເອນໄດ້ເຫັນໄຟລົງມາ ແລະ ພຣະລັດສະຫມີຂອງພຣະຢາເວຢູ່ເທິງພຣະວິຫານ. ພວກເຂົາທັງຫລາຍກໍກົ້ມຂາບລົງເຖິງພື້ນຫີນ, ໄດ້ນະມັດສະການ,​ແລະ ສັນລະເສີນຂອບພຣະຄຸນພຣະຢາເວ, “ເພາະພຣະອົງປະເສີດ, ເພາະຄວາມເມດຕາຂອງພຣະອົງດຳລົງຢູ່ເປັນນິດ.”