lo_2ch_text_ulb_l3/34/31.txt

1 line
1.2 KiB
Plaintext

\v 31 ກະສັດປຣະທັບຢືນຢູ່ໃນບ່ອນຂອງພະອົງ ແລະ ເຮັດຄຳຫມັ້ນສັນຍາຕໍ່ພຣະພັກພຣະຢາເວ,​ວ່າຈະຊົງດຳເນີນຕາມພຣະຜູ້ເປັນເຈົ້າ, ແລະ ຮັກສາພຣະບັນຍັດ ແລະ ກົດເກນຂອງພຣະອົງດ້ວຍສຸດຈິດສຸດໃຈ, ຈະຊົງປະກອບກິດຕາມຖ້ອຍຄຳຂອງຄຳຫມັ້ນສັນຍາຊຶ່ງບັນທຶກໄວ້ໃນຫນັງສືມ້ວນນີ້, \v 32 ແລ້ວພະອົງຊົງຮັບສັ່ງບັນດາຜູ້ທີ່ຢູ່ໃນເຢຣູຊາເລັມ ແລະ ໃນເບັນຢາມິນໃຫ້ເຂົ້າສ່ວນໃນຄຳຫມັ້ນສັນຍານັ້ນ. ແລະຊາວເຢຣູຊາເລັມກໍເຮັດຕາມຄຳຫມັ້ນສັນຍາຂອງພຣະເຈົ້າ ພຣະເຈົ້າຂອງບັນພະບຸຣຸດຂອງພວກເຂົາທັງຫລາຍ.