lo_2ch_text_ulb_l3/34/29.txt

1 line
812 B
Plaintext

\v 29 ແລ້ວກະສັດຮັບສັ່ງໃຫ້ຮວບຮວມບັນດາຜູ້ໃຫຍ່ຂອງຢູດາແລະ ເຢຣູຊາເລັມ. \v 30 ແລ້ວກະສັດສະເດັດຂຶ້ນໄປພຣະວິຫານຂອງພຣະຢາເວ, ພ້ອມກັບຄົນທັງປວງຂອງຢູດາ ແລະ ຊາວເຢຣູຊາເລັມກັບປະໂລຫິດ ແລະ ຄົນເລວີຄົນທັງປວງທັງໃຫຍ່ ແລະ ນ້ອຍ. ພະອົງຊົງອ່ານຖ້ອຍຄຳທັງຫມົດໃນຫນັງສືຄຳຫມັ້ນສັນຍາທີ່ພົບໃນພຣະວິຫານຂອງພຣະຢາເວໃຫ້ພວກເຂົາຟັງ.