lo_2ch_text_ulb_l3/34/26.txt

1 line
1.8 KiB
Plaintext

\v 26 ແຕ່ກະສັດຂອງຢູດາ, ຜູ້ໃຊ້ເຈົ້າໃຫ້ມາທູນພຣະຢາເວນັ້ນ ເຈົ້າຈົ່ງທູນທ່ານດັ່ງນີ້ວ່າ, ‘ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນກ່າວດັ່ງນີ້ວ່າ: ເລື່ອງຖ້ອຍຄຳທີ່ເຈົ້າໄດ້ຍິນນັ້ນ, \v 27 ເພາະຈິດໃຈຂອງເຈົ້າອ່ອນແອ, ແລະ ເຈົ້າໄດ້ຖ່ອມຕົວລົງຕໍ່ພຣະພັກພຣະເຈົ້າ ເມື່ອເຈົ້າໄດ້ຍິນຖ້ອຍຄຳທີ່ກ່າວຕໍ່ສູ້ສະຖານທີ່ນີ້ ແລະ ຊາວເມືອງນີ້, ເຈົ້າໄດ້ຖ່ອມຕົວລົງຕໍ່ຫນ້າເຮົາ ແລະ ເຈົ້າໄດ້ຈີກເສື້ອຜ້າຂອງເຈົ້າ ແລະ ຮ້ອງໄຫ້ຕໍ່ຫນ້າເຮົາ ພຣະຢາເວກ່າວວ່າ ເຮົາໄດ້ຟັງເຈົ້າດ້ວຍ—ນີ້ເປັນຄຳປະກາດຂອງພຣະຢາເວ— \v 28 ເບິ່ງແມ, ເຮົາຈະພາເຈົ້າໄປຢູ່ກັບບັນພະບຸຣຸດຂອງເຈົ້າ. ພວກເຂົາຈະພາເຈົ້າໄປສູ່ບ່ອນຝັງສົບຢ່າງສັນຕິ, ແລະ ຕາຂອງເຈົ້າຈະບໍ່ເຫັນບັນດາເຫດຊົ່ວຮ້າຍທີ່ເຮົາຈະນຳມາເຫນືອສະຖານທີ່ນີ້ ແລະ ຊາວເມືອງນີ້.’” ພວກເຂົາທັງຫລາຍຈຶ່ງນຳພຣະທັມກັບມາຫາກະສັດ.