lo_2ch_text_ulb_l3/34/23.txt

1 line
1.4 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 23 ນາງເວົ້າກັບພວກເຂົາວ່າ, “ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງບອກຊາຍຜູ້ທີ່ໃຊ້ພວກເຈົ້າໃຫ້ມາຫາເຮົາວ່າ, \v 24 ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະນຳເຫດຊົ່ວຮ້າຍມາເຫນືອສະຖານທີ່ນີ້ ແລະ ເຫນືອຊາວເມືອງນີ້ ຄືຄຳສາບແຊ່ງທັງຫມົດທີ່ບັນທຶກໄວ້ໃນຫນັງສືຊຶ່ງໄດ້ອ່ານຖວາຍຕໍ່ພຣະພັກກະສັດແຫ່ງຢູດານັ້ນ. \v 25 ເພາະວ່າພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍພະອື່ນ, ເພື່ອພວກເຂົາຈະເຮັດໃຫ້ເຮົາຮ້າຍດ້ວຍການງານທັງຫມົດແຫ່ງມືຂອງພວກເຂົາ. ເພາະສະນັ້ນ ພຣະພິໂຣດຂອງເຮົາຈະຖອກລົງເຫນືອສະຖານທີ່ນີ້ ແລະ ຈະດັບບໍ່ໄດ້.