lo_2ch_text_ulb_l3/34/20.txt

1 line
1.1 KiB
Plaintext

\v 20 ກະສັດຊົງບັນຊາແກ່ຮິນກີຢາ, ອາຮີກາມລູກຊາຍຊາຟານ, ອັບໂດນລູກຊາຍມີກາ, ຊາຟານເລຂາ, ແລະ ອາສາຢາຜູ້ຮັບໃຊ້ຂອງກະສັດ, ຂ້າຣາຊະການຂອງພະອົງກ່າວວ່າ, \v 21 “ຈົ່ງໄປທູນຖາມພຣະຢາເວໃຫ້ແກ່ເຮົາ, ແລະ ໃຫ້ແກ່ບັນດາຜູ້ທີ່ເຫລືອຢູ່ໃນອິສະຣາເອນ ແລະ ໃນຢູດາ, ກ່ຽວກັບຖ້ອຍຄຳໃນຫນັງສືທີ່ໄດ້ພົບນັ້ນ. ເພາະວ່າພຣະພິໂຣດຂອງພຣະຢາເວທີ່ຖອກລົງເຫນືອເຮົານັ້ນຍິ່ງໃຫຍ່ຫລາຍ. ດ້ວຍວ່າບັນພະບຸຣຸດຂອງເຮົາບໍ່ໄດ້ຮັກສາພຣະທັມຂອງໃນຫນັງສືນີ້ ຕາມທີ່ຂຽນໄວ້ໃນຫນັງສືນີ້ທຸກປະການ.”