lo_2ch_text_ulb_l3/34/17.txt

1 line
802 B
Plaintext

\v 17 ພວກເຂົາຮວບຮວມເງິນຊຶ່ງພົບໃນພຣະວິຫານຂອງພຣະຢາເວ, ແລະ ໄດ້ມອບໄວ້ໃນມືຂອງຜູ້ເບິ່ງແຍງ ແລະ ຄົນງານ. \v 18 ຊາຟານເລຂາທູນກະສັດວ່າ, “ຮິນກີຢາປະໂລຫິດໄດ້ມອບຫນັງສືແກ່ຂ້າພະອົງມ້ວນຫນຶ່ງ.” ແລ້ວຊາຟານກໍອ່ານຖວາຍຕໍ່ພະພັກກະສັດ. \v 19 ຢູ່ມາເມື່ອກະສັດຊົງຮັບຟັງຖ້ອຍຄຳຂອງພຣະບັນຍັດນັ້ນ, ພະອົງຊົງຈີກເສື້ອຜ້າຂອງພະອົງ.