lo_2ch_text_ulb_l3/34/14.txt

1 line
1.1 KiB
Plaintext

\v 14 ຂະນະທີ່ພວກເຂົາທັງຫລາຍນຳເງິນທີ່ໄດ້ຖວາຍໃນພຣະວິຫານຂອງພຣະຢາເວອອກມາ, ຮິນກີຢາປະໂລຫິດໄດ້ພົບຫນັງສືພຣະບັນຍັດຂອງພຣະຢາເວທີ່ຊົງປະທານທາງໂມເຊ. \v 15 ແລະ ຮິນກີຢາເວົ້າກັບຊາຟານເລຂາວ່າ, “ຂ້າພະເຈົ້າໄດ້ພົບຫນັງສືພຣະບັນຍັດໃນພຣະວິຫານຂອງພຣະຢາເວ” ແລະ ຮິນກີຢາກໍມອບຫນັງສືນັ້ນໃຫ້ຊາຟານ. \v 16 ຊາຟານໄດ້ນຳຫນັງສືໄປຖວາຍກະສັດ ແລະ ທູນລາຍງານກະສັດວ່າ, “ສິ່ງທັງປວງທີ່ພະອົງຊົງມອບຫມາຍແກ່ຜູ້ຮັບໃຊ້ຂອງພະອົງໃຫ້ເຮັດນັ້ນ ພວກເຂົາກຳລັງເຮັດຢູ່ແລ້ວ.”