lo_2ch_text_ulb_l3/34/08.txt

1 line
1.3 KiB
Plaintext

\v 8 ໃນປີທີສິບແປດແຫ່ງຣາຊະການຂອງພະອົງ, ເມື່ອພະອົງຊົງກວາດລ້າງແຜ່ນດິນ ແລະ ພຣະວິຫານແລ້ວ, ພະອົງຊົງໃຊ້ຊາຟານລູກຊາຍອາຊາລີຢາ ແລະ ມາອາເສຢາຜູ້ວ່າຣາຊະການນະຄອນ ແລະ ໂຢອາລູກຊາຍ ໂຢອາຮັດຂ້າຣາຊະການຊັ້ນຜູ້ໃຫຍ່ ໃຫ້ສ້ອມແປງພຣະວິຫານຂອງພຣະຢາເວພຣະເຈົ້າຂອງພະອົງ. \v 9 ເມື່ອພວກເຂົາມາຫາຮິນກີຢາ, ມະຫາປະໂລຫິດແລ້ວ, ແລະ ໄດ້ມອບເງິນທີ່ຄົນທັງຫລາຍນຳມາພຣະວິຫານຂອງພຣະເຈົ້າ, ຊຶ່ງຄົນເລວີ, ຜູ້ເຝົ້າປະຕູໄດ້ເກັບຈາກມານາເຊ ແລະ ເອຟຣາຢິມ, ແລະ ຈາກບັນດາຄົນທີ່ເຫລືອຂອງອິສະຣາເອນ ແລະ ຈາກຢູດາກັບເບັນຢາມິນທັງຫມົດ, ແລ້ວພວກເຂົາກັບໄປເຢຣູຊາເລັມ.