lo_2ch_text_ulb_l3/34/01.txt

1 line
1.4 KiB
Plaintext

\c 34 \v 1 ເມື່ອໂຢສີຢາເລີ່ມປົກຄອງ ພະອົງມີອາຍຸແປດປີ; ແລະຊົງປົກຄອງໃນເຢຣູຊາເລັມສາມສິບເອັດປີ. \v 2 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ແລະ ດຳເນີນໃນເສັ້ນທາງຂອງດາວິດບັນພະບຸຣຸດຂອງພະອົງ, ແລະ ບໍ່ໄດ້ຊົງຫັນໄປທາງຂວາ ຫລື ທາງຊ້າຍ. \v 3 ເພາະໃນປີທີແປດແຫ່ງຣາຊະການຂອງພະອົງ, ເມື່ອພະອົງຍັງຊົງເປັນເດັກນ້ອຍຢູ່, ພະອົງຊົງເລີ່ມສະແຫວງຫາພຣະເຈົ້າຂອງດາວິດບັນພະບຸຣຸດຂອງພະອົງ. ໃນປີທີສິບສອງ, ພະອົງຊົງເລີ່ມກວາດລ້າງຢູດາ ແລະ ເຢຣູຊາເລັມດ້ວຍການກຳຈັດສະຖານທີ່ສັກສິດ, ທັງບັນດາເສົາຮູບເຄົາຣົບ ແລະ ຮູບເຄົາຣົບແກະສະຫລັກກັບຮູບເຄົາຣົບຫລໍ່.