lo_2ch_text_ulb_l3/31/09.txt

1 line
2.3 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 9 ເຮເຊກີຢາຊົງໄຕ່ຖາມປະໂລຫິດ ແລະ ຄົນເລວີເຖິງເລື່ອງກອງເຫລົ່ານັ້ນ. \v 10 ອາຊາຣີຢາ, ປະໂລຫິດໃຫຍ່, ຜູ້ເປັນເຊື້ອສາຍຂອງຊາໂດກທູນຕອບພະອົງວ່າ, “ຕັ້ງແຕ່ປະຊາຊົນໄດ້ເລີ່ມນຳສ່ວນບໍລິຈາກເຂົ້າມາໃນພຣະວິຫານຂອງພຣະຢາເວ, ພວກຂ້າພະອົງໄດ້ຮັບປະທານ ແລະ ມີພຽງພໍຈົນເຫລືອຫລາຍ, ເພາະພຣະຢາເວໄດ້ຊົງອຳນວຍພະພອນປະຊາຊົນຂອງພະອົງ. ຈຶ່ງມີເຫລືອຢູ່ຫລວງຫລາຍຢ່າງນີ້.” \v 11 ແລ້ວເຮເຊກີຢາຈຶ່ງຊົງບັນຊາໃຫ້ພວກເຂົາຈັດຫ້ອງໃນພຣະວິຫານຂອງພຣະຢາເວ, ແລະພວກເຂົາທັງຫລາຍກໍຈັດໄວ້. \v 12 ພວກເຂົານຳສິ່ງບໍຣິຈາກເຂົ້າມາຢ່າງສັດຊື່, ທັງຫນຶ່ງສ່ວນສິບ ແລະ ສິ່ງຂອງມອບຖວາຍຊຶ່ງເປັນຂອງພຣະຢາເວ. ເຈົ້າຫນ້າທີ່ຜູ້ເບິ່ງແຍງຄືໂກນານີຢາ, ຄົນເລວີ ກັບຊິເມອີນ້ອງຊາຍເປັນຄົນຮອງ. \v 13 ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣີໂມດ, ໂຢຊາບັດ, ເອລີເອນ, ອິສະມາກີຢາ, ມາຮາດ, ແລະ ເບນາຢາ ເປັນຜູ້ຄວບຄຸມຊ່ວຍເຫລືອໂກນານີຢາ ແລະ ຊິເມອີນ້ອງຊາຍຂອງລາວ, ໂດຍການແຕ່ງຕັ້ງຂອງກະສັດເຮເຊກີຢາ, ແລະ ອາຊາຣີຢາ, ເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງພຣະວິຫານຂອງພຣະເຈົ້າ.