lo_2ch_text_ulb_l3/26/19.txt

1 line
1.2 KiB
Plaintext

\v 19 ແລ້ວອຸດຊີຢາຊົງຮ້າຍ. ພະອົງມີກະຖາງໄຟຢູ່ໃນພຣະຫັດຈະຊົງເຜົາເຄື່ອງຫອມ. ເມື່ອພະອົງຊົງຮ້າຍຕໍ່ພວກປະໂລຫິດ, ພະຍາດຂີ້ທູດກໍເກີດຂຶ້ນມາທີ່ຫນ້າຜາກຂອງພະອົງຕໍ່ຫນ້າປະໂລຫິດໃນພຣະວິຫານຂອງພຣະຢາເວ, ຂ້າງແທ່ນເຜົາເຄື່ອງຫອມ. \v 20 ອາຊາຣີຢາປະໂລຫິດໃຫຍ່ ແລະ ບັນດາປະໂລຫິດທັງປວງເບິ່ງພະອົງ, ແລະເບິ່ງແມ, ພະອົງຊົງເປັນພະຍາດຂີ້ທູດທີ່ຫນ້າຜາກ. ພວກເຂົາທັງຫລາຍຈຶ່ງຊຸກພະອົງອອກໄປຈາກບ່ອນນັ້ນ. ໂດຍແທ້ຈິງ, ພະອົງເອງກໍຊົງຮີບສະເດັດອອກໄປ, ເພາະວ່າພຣະຢາເວຊົງລົງໂທດພະອົງແລ້ວ.