lo_2ch_text_ulb_l3/22/10.txt

1 line
1.6 KiB
Plaintext

\v 10 ບັດນີ້ອາທາລີຢາ, ແມ່ຂອງອາຮາຊີຢາ, ເຫັນວ່າລູກຊາຍຂອງພະນາງສິ້ນພະຊົນແລ້ວ, ພະນາງກໍລຸກຂຶ້ນທຳລາຍເຊື້ອພະວົງແຫ່ງຣາຊະວົງຂອງຢູດາຈົນຫມົດ. \v 11 ແຕ່ພະນາງເຢໂຮຊາບາ, ລູກສາວຂອງກະສັດ, ໄດ້ນຳໂຢອາດ, ລູກຊາຍຂອງອາຮາຊີຢາ, ໄປເສຍຈາກທ່າມກາງບັນດາລູກຊາຍຂອງກະສັດ ຜູ້ຊຶ່ງຈະຕ້ອງຖືກປຣະຫານ. ນາງກໍເຊື່ອງໂຢອາດ ທັງຜູ້ລ້ຽງຂອງນາງໄວ້ໃນຫ້ອງນອນ. ດັ່ງນັ້ນແຫລະ ເຢໂຮຊາບາ, ລູກສາວຂອງກະສັດເຢໂຮຣາມ, ເມຍຂອງປະໂລຫິດເຢໂຮຢາດາ (ເພາະວ່າພະນາງເປັນນ້ອງສາວຂອງອາຮາຊີຢາ), ໄດ້ເຊື່ອງໂຢອາດ, ໃຫ້ພົ້ນຈາກພະນາງອາທາລີຢາເພື່ອບໍ່ໃຫ້ພະນາງປຣະຫານໂຢອາດໄດ້. \v 12 ໂຢອາດໄດ້ຢູ່ກັບນາງໃນພຣະວິຫານຂອງພຣະເຈົ້າເຊື່ອງຕົວຢູ່ຫົກປີ, ຝ່າຍພະນາງອາທາລີຢາກໍໄດ້ປົກຄອງແຜ່ນດິນ.