lo_2ch_text_ulb_l3/20/12.txt

1 line
970 B
Plaintext

\v 12 ຂ້າແດ່ພຣະເຈົ້າຂອງຂ້າພະອົງທັງຫລາຍ, ພຣະອົງຈະບໍ່ຊົງກະທຳການພິພາກສາເຫນືອພວກເຂົາຫລື? ເພາະວ່າຂ້າ ພຣະອົງທັງຫລາຍບໍ່ມີຣິດທີ່ຈະຕໍ່ສູ້ຄົນຫມູ່ໃຫຍ່ນີ້ ຊຶ່ງກຳລັງມາຕໍ່ສູ້ກັບຂ້າພະອົງ. ຂ້າພະອົງບໍ່ຮູ້ວ່າຈະເຮັດປະການໃດ, ແຕ່ດວງຕາຂອງຂ້າພະອົງທັງຫລາຍເບິ່ງທີ່ພຣະອົງ.” \v 13 ໃນລະຫວ່າງນັ້ນຄົນທັງປວງຂອງຢູດາກໍຢືນຢູ່ຕໍ່ພຣະພັກພຣະຢາເວ, ພ້ອມກັບເມຍ, ແລະ ລູກຫລານຂອງພວກເຂົາ.