lo_2ch_text_ulb_l3/15/16.txt

1 line
1.4 KiB
Plaintext

\v 16 ເຖິງວ່າມາອາກາແມ່ຂອງກະສັດອາຊາ ພະອົງກໍຊົງຖອດອອກຈາກການເປັນພະມານດາ, ເພາະພະນາງໄດ້ເຮັດຮູບເຄົາຣົບອັນຫນ້າກຽດຊັງໃນເສົາຮູບເຄົາຣົບ. ອາຊາຊົງທຳລາຍຮູບເຄົາຣົບຂອງພະນາງລົງ, ແລະບົດ ແລ້ວເຜົາເສຍທີ່ຫ້ວຍນ້ຳກິດໂຣນ. \v 17 ແຕ່ສະຖານສູງຕ່າງໆຍັງບໍ່ໄດ້ຖືກຮື້ອອກຫມົດຈາກອິສະຣາເອນ. ຢ່າງໃດກໍດີ ພະທັຍຂອງອາຊາກໍບໍຣິສຸດຕະຫລອດຣາຊະການຂອງພະອົງ. \v 18 ພະອົງຊົງນຳເຄື່ອງອຸທິດຖວາຍຂອງຜູ້ເປັນພຣະຣາຊະບິດາ ແລະ ລວມທັງເຄື່ອງທີ່ພະອົງເອງຊົງອຸທິດຖວາຍ ມີເງິນ ແລະ ຄຳ ແລະເຄື່ອງໃຊ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ. \v 19 ບໍ່ມີສົງຄາມອີກຈົນປີທີສາມສິບຫ້າໃນຣາຊະການຂອງອາຊາ.