lo_2ch_text_ulb_l3/11/13.txt

1 line
1.2 KiB
Plaintext

\v 13 ປະໂລຫິດກັບຄົນເລວີທີ່ຢູ່ໃນອິສະຣາເອນທັງຫມົດໄດ້ເຂົ້າມາຫາພະອົງຈາກເຂດແດນທີ່ພວກເຂົາອາສັຍຢູ່. \v 14 ເພາະຄົນເລວີປະຖິ້ມທົ່ງຫຍ້າ ແລະ ເຮືອນທີ່ພວກເຂົາຍຶດຖືເປັນກຳສິດ ເພື່ອທີ່ຈະມາຍັງຢູດາ ແລະ ເຢຣູຊາເລັມ, ເພາະເຢໂຣໂບອາມ ແລະລູກຊາຍຂອງພະອົງໄດ້ຂັບໄລ່ພວກເຂົາອອກຈາກຕຳແຫນ່ງ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດປະຕິບັດຫນ້າທີ່ປະໂລຫິດຂອງພຣະຢາເວ. \v 15 ເຢໂຣໂບອາມຊົງແຕ່ງຕັ້ງປະໂລຫິດຂອງພະອົງຂຶ້ນສຳລັບປູຊະນີຍະສະຖານສູງທັງຫລາຍ ແລະ ສຳລັບຜີປີສາດ ແລະສຳລັບຮູບລູກງົວຊຶ່ງພະອົງຊົງສ້າງຂຶ້ນ.