lo_2ch_text_ulb_l3/06/36.txt

1 line
4.0 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 36 ຖ້າພວກເຂົາເຮັດບາບຕໍ່ພຣະອົງ—ເພາະບໍ່ມີມະນຸດຈັກຄົນຫນຶ່ງຊຶ່ງບໍ່ໄດ້ເຮັດບາບ—ແລະ ພຣະອົງຊົງຄຽດຮ້າຍຕໍ່ພວກເຂົາ ແລະ ພຣະອົງຊົງມອບພວກເຂົາໄວ້ຕໍ່ສັດຕຣູພວກເຂົາ, ຈຶ່ງຖືກຈັບໄປເປັນຊະເລີຍໃນແຜ່ນດິນໃດຫນຶ່ງບໍ່ວ່າໄກ ຫລື ໃກ້. \v 37 ແຕ່ຖ້າພວກເຂົາສຳນຶກຜິດໃນໃຈໃນແຜ່ນດິນທີ່ເຂົາໄດ້ຖືກຈັບໄປເປັນຊະເລີຍນັ້ນ, ແລະ ພວກເຂົາໄດ້ກັບໃຈ ແລະ ສະແຫວງຫາຄວາມຊອບທັມຈາກພຣະອົງໃນແຜ່ນດິນຂອງເຂົາໄປເປັນຊະເລີຍ. ຖ້າເຂົາທູນຕໍ່ພຣະອົງວ່າ, ‘ຂ້າພະອົງທັງຫລາຍໄດ້ເຮັດບາບ ແລະ ໄດ້ປະພຶດຊົ່ວຮ້າຍ ໄດ້ເຮັດຄວາມຊົ່ວ. \v 38 ຖ້າພວກເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຂົາໃນບ່ອນທີ່ສັດຕຣູກວາດໄປເປັນຊະເລີຍນັ້ນ, ແລະໄດ້ອະທິຖານຕໍ່ພຣະອົງຢູ່ຕໍ່ຫນ້າແຜ່ນດິນຂອງພວກເຂົາ, ຊຶ່ງພຣະອົງພຣະຣາຊະທານແກ່ບັນພະບຸຣຸດຂອງພວກເຂົາ,​ແລະ ຕໍ່ເມືອງທີ່ພຣະອົງໄດ້ຊົງເລືອກໄວ້, ແລະ ຕໍ່ພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ເພື່ອພຣະນາມຊື່ຂອງພຣະອົງ. \v 39 ແລ້ວຂໍພຣະອົງຊົງຮັບຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນອັນເປັນບ່ອນປະທັບຂອງພຣະອົງ, ແລະ ຂໍຊົງໃຫ້ສິດທິອັນຊອບທັມຂອງພວກເຂົາຄົງຢູ່. ຂໍຊົງໂຜດຍົກໂທດໃຫ້ແກ່ປະຊາຊົນຂອງພຣະອົງຜູ້ໄດ້ເຮັດບາບຕໍ່ພຣະອົງ. \v 40 ບັດນີ້, ຂ້າແດ່ພຣະເຈົ້າຂອງຂ້າພະອົງ, ຂໍພຣະເນດຂອງພຣະອົງຊົງເບິ່ງຢູ່, ແລະ ຂໍພຣະກັນຂອງພຣະອົງ ຊົງຮັບຟັງຄຳອະທິຖານແຫ່ງສະຖານທີ່ນີ້. \v 41 ຂ້າແດ່ພຣະຢາເວ, ບັດນີ້ ຂໍຊົງລຸກຂຶ້ນ, ສະເດັດໄປໃນທີ່ປຣະທັບຂອງພຣະອົງ, ທັງພຣະອົງ ແລະ ຫີບແຫ່ງຣິດທານຸພາບຂອງພຣະອົງ. ຂ້າແດ່ພຣະຢາເວພຣະເຈົ້າ. ຂໍໃຫ້ປະໂລຫິດຂອງພຣະອົງສວມຄວາມພົ້ນ, ແລະ ໃຫ້ຜູ້ບໍຣິສຸດຂອງພຣະອົງຊົມຊື່ນຍິນດີໃນຄວາມປະເສີດຂອງພຣະອົງ. \v 42 ຂ້າແດ່ພຣະຢາເວພຣະເຈົ້າ,​ຂໍຢ່າຊົງຫັນຫນ້າຫນີຈາກຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນ. ຂໍພຣະອົງຊົງລະນຶກເຖິງຄວາມເມດຕາຂອງພຣະອົງທີ່ມີຕໍ່ດາວິດ, ຜູ້ຮັບໃຊ້ຂອງພຣະອົງ.”