lo_2ch_text_ulb_l3/06/18.txt

1 line
1.7 KiB
Plaintext

\v 18 ແຕ່ແທ້ຈິງແລ້ວພຣະເຈົ້າຈະຊົງປຣະທັບກັບມະນຸດທີ່ແຜ່ນດິນໂລກຫລື? ເບິ່ງແມ, ຈັກກະວານ ແລະ ຟ້າສະຫວັນອັນສູງທີ່ສຸດຍັງຮັບພຣະອົງຢູ່ບໍ່ໄດ້—ແລ້ວພຣະວິຫານທີ່ຂ້າພະອົງໄດ້ສ້າງຂຶ້ນຈະຮັບພຣະອົງໄດ້ຢ່າງໃດ! \v 19 ແຕ່ຂໍພຣະອົງຊົງສົນພຣະທັຍໃນຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ໃນຄຳອ້ອນວອນນີ້, ຂ້າແດ່ພຣະຢາເວພຣະເຈົ້າຂອງຂ້າພະອົງ; ຂໍຊົງຮັບຟັງສຽງຮ້ອງ ແລະ ຄຳອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງອະທິຖານຕໍ່ພຣະພັກພຣະອົງ. \v 20 ເພື່ອວ່າພຣະເນດຂອງພຣະອົງຈະຊົງຢູ່ເຫນືອພຣະວິຫານນີ້ທັງກາງເວັນ ແລະ ກາງຄືນ, ຄືສະຖານທີ່ຊຶ່ງພຣະອົງໄດ້ກ່າວວ່າ ຈະຕັ້ງພຣະນາມຊື່ຂອງພຣະອົງໄວ້ບ່ອນນັ້ນ. ເພື່ອວ່າພຣະອົງຈະຊົງຮັບຟັງຄຳອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງໄດ້ອະທິຖານຢູ່ຕໍ່ຫນ້າສະຖານທີ່ນີ້.