lo_2ch_text_ulb_l3/02/11.txt

1 line
1.3 KiB
Plaintext

\v 11 ແລ້ວຮູຣາມ, ກະສັດແຫ່ງເມືອງຕີເຣ, ຊົງຕອບເປັນລາຍພຣະຫັດ, ຊຶ່ງພະອົງຊົງມີໄປເຖິງໂຊໂລໂມນວ່າ: “ເພາະວ່າພຣະຢາເວຊົງຮັກປະຊາຊົນຂອງພຣະອົງ, ພຣະອົງຈຶ່ງຊົງເຮັດໃຫ້ທ່ານເປັນກະສັດເຫນືອພວກເຂົາທັງຫລາຍ.” \v 12 ຮູຣາມກ່າວອີກວ່າ, “ສາທຸການແດ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ຜູ້ໄດ້ປຣະທານລູກຊາຍທີ່ສະຫລາດຄົນຫນຶ່ງແກ່ດາວິດ, ປະກອບດ້ວຍຄວາມສະຫລຽວສະຫລາດ ແລະ ມີຄວາມເຂົ້າໃຈ, ຜູ້ຊຶ່ງຈະສ້າງພຣະວິຫານຖວາຍພຣະຜູ້ເປັນເຈົ້າ ແລະ ສ້າງພະຣາຊະວັງເພື່ອຣາຊະອານາຈັກຂອງພະອົງ.