lo_2ch_text_ulb_l3/02/08.txt

1 line
1.4 KiB
Plaintext

\v 8 ຂໍທ່ານສົ່ງໄມ້ສົນ, ໄມ້ແປກ, ແລະ ໄມ້ດູ່ຈາກເລບານອນໃຫ້ຂ້າພະເຈົ້າດ້ວຍ, ເພາະຂ້າພະເຈົ້າຮູ້ວ່າ ຂ້າຣາຊະການຂອງທ່ານຮູ້ຈັກການຕັດໄມ້ໃນເລບານອນ. ເບິ່ງແມ, ຂ້າຣາຊະການຂອງຂ້າພະເຈົ້າຈະຢູ່ກັບຂ້າຣາຊະການຂອງທ່ານ, \v 9 ເພື່ອຈັດຕຽມໄມ້ໃຫ້ແກ່ຂ້າພະເຈົ້າໃຫ້ໄດ້ຫລວງຫລາຍ, ເພາະວ່າພຣະວິຫານທີ່ຂ້າພະເຈົ້າຈະສ້າງນີ້ຈະໃຫຍ່ ແລະ ແປກປະຫລາດຫລາຍ. \v 10 ເບິ່ງແມ, ສ່ວນຂ້າຣາຊະການຂອງທ່ານ, ຄືຜູ້ທີ່ຕັດໄມ້ນັ້ນ, ຂ້າພະເຈົ້າຈະໃຫ້ເຂົ້າສາລີນວດແລ້ວສອງຫມື່ນໂຄລະ ເຂົ້າບາເລສອງຫມື່ນໂຄລະ, ນ້ຳອະງຸ່ນສອງຫມື່ນບັດ, ແລະນ້ຳມັນສອງຫມື່ນບັດ ແກ່ພວກເຂົາທັງຫລາຍ.”