lo_2ch_text_ulb_l3/32/16.txt

1 line
995 B
Plaintext

\v 16 ແລະຂ້າລາຊະການຂອງພະອົງກໍກ່າວທັບຖົມພຣະຜູ້ເປັນເຈົ້າ ແລະເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງຫລາຍກວ່ານັ້ນ \v 17 ແລະພະອົງຊົງຂຽນໜັງສືຫມິ່ນປະຫມາດພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ແລະກ່າວທັບຖົມພຣະອົງວ່າ “ພະຂອງບັນດາປະຊາຊາດແຫ່ງປະເທດທັງຫລາຍບໍ່ໄດ້ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນໃດ ພຣະເຈົ້າຂອງເຮເຊກີຢາກໍຈະບໍ່ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນນັ້ນ”