lo_2ch_text_ulb_l3/14/01.txt

1 line
1.3 KiB
Plaintext

\c 14 \v 1 ອາບີຢາຈຶ່ງລ່ວງລັບໄປຢູ່ກັບບັນພະບູລຸດຂອງພະອົງ ພວກເຂົາກໍຝັງພະສົບໄວ້ໃນນະຄອນດາວິດ ແລະອາຊາລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ ໃນລາຊະການຂອງອາ¬ຊາແຜ່ນດິນໄດ້ສະຫງົບຢູ່ສິບປີ \v 2 ແລະອາຊາຊົງກະທຳສິ່ງທີ່ດີ ແລະເປັນທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າພຣະເຈົ້າຂອງພະອົງ \v 3 ພະອົງຊົງກຳຈັດແທ່ນບູຊາພະຕ່າງດ້າວ ແລະປູຊະນີຍະສະຖານສູງທັງຫລາຍ ມ້າງເສົາສັກສິດລົງ ແລະໄດ້ລົ້ມເສົາຮູບເຄົາລົບເສຍ \v 4 ຊົງບັນຊາໃຫ້ຢູດາສະແຫວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບູລຸດຂອງຕົນ ແລະໃຫ້ຮັກສາກົດໝາຍກັບພຣະບັນຍັດ