lo_2ch_text_ulb_l3/33/14.txt

1 line
1.1 KiB
Plaintext

\v 14 ພາຍຫລັງ ພະອົງຊົງສ້າງກຳແພງຊັ້ນນອກໃຫ້ນະຄອນດາວິດທາງຕາເວັນຕົກຂອງກີໂຮນໃນພູເຂົາໄປ ຈົນຮອດທາງເຂົ້າປະຕູປາ ແລ້ວອ້ອມຮອບໂອເຟນ ແລະກໍ່ຂຶ້ນໃຫ້ສູງ ແລະພະອົງຊົງຕັ້ງຜູ້ບັງຄັບບັນຊາກອງທັບໃຫ້ຢູ່ໃນຫົວເມືອງມີປ້ອມໃນຢູດາທັງຫມົດ \v 15 ພະອົງຊົງເອົາພະຕ່າງດ້າວ ແລະຮູບເຄົາລົບໄປເສຍຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະແທ່ນ ບູຊາທັງຫມົດທີ່ພະອົງໄດ້ຊົງສ້າງໄວ້ເທິງພູເຂົາແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໃນເຢຣູຊາເລັມ ພະອົງຊົງຖິ້ມອອກໄປນອກເມືອງ