lo_2ch_text_ulb_l3/21/12.txt

1 line
1.9 KiB
Plaintext

\v 12 ແລະຈົດໝາຍສະບັບຫນຶ່ງມາເຖິງພະອົງຈາກເອລີຢາຜູ້ທຳນວາຍວ່າ “ພຣະຜູ້ເປັນເຈົ້າພຣະເຈົ້າຂອງ ດາວິດ ບັນພະບູລຸດຂອງພະອົງ ກ່າວດັ່ງນີ້ວ່າ ‘ເພາະເຈົ້າບໍ່ໄດ້ດຳເນີນໃນບັນດາເສັ້ນທາງຂອງເຢໂຮຊາຟັດພໍ່ຂອງເຈົ້າ ຫລືໃນບັນດາເສັ້ນທາງຂອງອາຊາກະສັດຂອງຢູດາ \v 13 ແຕ່ໄດ້ເດີນໃນເສັ້ນທາງຂອງບັນດາກະສັດແຫ່ງອິສຣາເອນ ແລະໄດ້ນຳຢູດາກັບຊາວເຢຣູຊາເລັມໄປໃນທາງທີ່ບໍ່ສັດຊື່ຕໍ່ພຣະເຈົ້າຄືກັບລາຊະວົງອາຮາບ ແລະເຈົ້າໄດ້ຂ້າພວກນ້ອງຊາຍຂອງເຈົ້າ ຜູ້ເປັນເຊື້ອວົງພໍ່ຂອງເຈົ້າ ທັງທີ່ພວກເຂົາດີກວ່າເຈົ້າ \v 14 ເບິ່ງແມ ພຣະຜູ້ເປັນເຈົ້າຈະຊົງນຳໄພພິບັດອັນຍິ່ງໃຫຍ່ມາເຫນືອຊົນຊາດຂອງເຈົ້າ ລູກຫລານຂອງເຈົ້າ ເມຍຂອງເຈົ້າ ແລະສິ່ງຂອງທັງຫມົດຂອງເຈົ້າ \v 15 ແລະຕົວເຈົ້າເອງຈະມີຄວາມເຈັບປ່ວຍສາຫັດດ້ວຍພະຍາດລຳໄສ້ຂອງເຈົ້າ ຈົນກວ່າລຳໄສ້ຂອງເຈົ້າຈະອອກມາ ເພາະເຫດພະຍາດນັ້ນນັບມື້ນັບຮ້າຍແຮງ’”