lo_2ch_text_ulb_l3/09/22.txt

1 line
1.0 KiB
Plaintext

\v 22 ດັ່ງນັ້ນແຫລະ ກະສັດໂຊໂລໂມນຈຶ່ງໄດ້ປຽບກວ່າກະສັດອື່ນແຫ່ງແຜ່ນດິນໂລກໃນເລື່ອງຊັບສົມບັດ ແລະສະຕິປັນຍາ \v 23 ແລະກະສັດທັງຫມົດແຫ່ງແຜ່ນດິນໂລກກໍສະແຫວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ ເພື່ອຈະຟັງພະສະຕິປັນຍາທີ່ພຣະເຈົ້າຊົງພຣະລາຊະທານໄວ້ໃນໃຈຂອງພະອົງ \v 24 ທຸກຄົນກໍນຳເຄື່ອງບັນນາການຂອງຕົນມາ ເປັນເຄື່ອງເຮັດດ້ວຍເງິນ ເຄື່ອງເຮັດດ້ວຍຄຳ ແລະເຄື່ອງແຕ່ງກາຍ ເຄື່ອງອາວຸດ ເຄື່ອງຫອມ ມ້າ ແລະລໍ ຕາມຈຳນວນກຳນົດທຸກປີ