lo_2ch_text_ulb_l3/08/16.txt

1 line
1.2 KiB
Plaintext

\v 16 ບັນດາພະລາຊະກິດຂອງໂຊໂລໂມນກໍລຸລ່ວງໄປຕັ້ງແຕ່ມື້ທີ່ວາງຮາກພຣະວິຫານຂອງພຣະຜູ້ເປັນເຈົ້າ ຈົນສຳເລັດງານ ດັ່ງນັ້ນ ພຣະວິຫານຂອງພຣະຜູ້ເປັນເຈົ້າກໍສຳເລັດຄົບຖ້ວນ \v 17 ແລ້ວໂຊໂລໂມນສະເດັດໄປໃນເອັດຊິໂອນເກເບ ແລະເມືອງເອລັດທີ່ແຄມທະເລໃນແຜ່ນດິນເອໂດມ \v 18 ແລະຮູຣາມກໍໃຫ້ຂ້າລາຊະການຂອງພະອົງລົງເຮືອ ແລະຂ້າລາຊະການທີ່ຄຸ້ນເຄີຍກັບທະເລໄປ ໃຫ້ໂຊໂລໂມນ ແລະພວກເຂົາໄປເຖິງເມືອງໂອຟີພ້ອມກັບຂ້າລາຊະການຂອງໂຊໂລໂມນ ນຳເອົາຄຳຈາກບ່ອນນັ້ນໜັກສີ່ຮ້ອຍຫ້າສິບຕາລັນຕົນມາໃຫ້ກະສັດໂຊໂລໂມນ