lo_2ch_text_ulb_l3/18/31.txt

1 line
986 B
Plaintext

\v 31 ແລະຢູ່ມາເມື່ອຜູ້ບັນຊາການລົດຮົບແລເຫັນເຢໂຮຊາຟັດ ພວກເຂົາທັງຫລາຍກໍເວົ້າວ່າ, “ນັ້ນເປັນກະສັດອິດສະຣາເອນແລ້ວ.” ພວກເຂົາຈຶ່ງຫັນເຂົ້າໄປຈະສູ້ຮົບກັບພະອົງ, ແຕ່ເຢໂຮຊາຟັດຊົງຮ້ອງຂຶ້ນ, ແລະ ພຣະຢາເວຈຶ່ງຊົງຊ່ວຍພະອົງ. ພຣະເຈົ້າຊົງໃຫ້ພວກເຂົາທັງຫລາຍອອກໄປຈາກພະອົງ. \v 32 ແລະຢູ່ມາເມື່ອຜູ້ບັນຊາການລົດຮົບເຫັນວ່າບໍ່ແມ່ນກະສັດອິດສະຣາເອນ, ພວກເຂົາກໍຫັນລົດກັບຈາກການໄລ່ຕາມພະອົງ.