lo_2ch_text_ulb_l3/17/07.txt

1 line
1.3 KiB
Plaintext

\v 7 ໃນປີທີສາມແຫ່ງລັດຊະການຂອງພະອົງ ພະອົງຊົງໃຊ້ເຈົ້ານາຍຂອງພະອົງຄື ເບັນຮາຍ, ໂອບາດີຢາ, ເຊຄາຣີຢາ, ເນທາເນນ ແລະ ມີກາຢາ, ໄປສັ່ງສອນໃນຫົວເມືອງຂອງຢູດາ. \v 8 ມີຄົນເລວີໄປກັບພວກເຂົາດ້ວຍຄື ເຊມາຢາ, ເນທານີອາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ແລະ ໂຕບີຢາ; ແລະ ໂຕບອາໂດນີຢາ ຄົນເລວີ ພ້ອມກັບຄົນເຫລົ່ານີ້ມີ ເອລີຊາມາ ແລະ ເຢໂຮຣາມ ຜູ້ເປັນປະໂລຫິດ. \v 9 ພວກເຂົາທັງຫລາຍໄດ້ສັ່ງສອນໃນຢູດາ, ມີໜັງສືພຣະບັນຍັດຂອງພຣະຢາເວໄປກັບພວກເຂົາດ້ວຍ. ພວກເຂົາທ່ຽວໄປທົ່ວຫົວເມືອງທັງຫມົດແຫ່ງຢູດາ ແລະ ໄດ້ສັ່ງສອນທ່າມກາງປະຊາຊົນ.