lo_2ch_text_ulb_l3/15/08.txt

1 line
1.5 KiB
Plaintext

\v 8 ເມື່ອອາຊາຊົງຮັບຟັງຖ້ອຍຄຳເຫລົ່ານີ້, ຄືຄຳທຳນວາຍຂອງໂອເດັດຜູ້ທຳນວາຍ, ພະອົງກໍຊົງມີພະໄທກ້າຂຶ້ນ ແລະ ຊົງກຳຈັດສິ່ງທີ່ຫນ້າກຽດຊັງຈາກແຜ່ນດິນຢູດາ ແລະ ເບັນຢາມິນຈົນຫມົດ, ແລະ ຈາກຫົວເມືອງຊຶ່ງພະອົງຍຶດມາໄດ້ຈາກພູເຂົາເອຟຣາຢິມ, ແລະ ພະອົງຊົງສ້ອມແປງແທ່ນບູຊາຂອງພຣະຢາເວ, ຊຶ່ງຢູ່ຕໍ່ຫນ້າລະບຽງພຣະວິຫານຂອງພຣະຢາເວ. \v 9 ພະອົງຊົງຮວບຮວມຢູດາ ແລະ ເບັນຢາມິນທັງປວງ, ແລະ ຄົນເຫລົ່ານັ້ນຈາກເອຟຣາຢິມ ມານາເຊ ແລະ ຈາກຊິເມໂອນຜູ້ອາໄສຢູ່ກັບພວກເຂົາທັງຫລາຍ. ເພາະຄົນເປັນຈຳນວນຫລາຍໄດ້ຫລົບໜີມາຫາພະອົງຈາກອິດສະຣາເອນ, ເມື່ອພວກເຂົາເຫັນວ່າພຣະຢາເວພຣະເຈົ້າຂອງພະອົງສະຖິດຢູ່ກັບພະອົງ.