lo_2ch_text_ulb_l3/07/11.txt

1 line
978 B
Plaintext

\v 11 ດັ່ງນີ້ແຫລະ ໂຊໂລໂມນຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະລາຊະວັງສຳເລັດ. ຄືທຸກຢ່າງ ທີ່ພະອົງຊົງກ່າວໃນເລື່ອງພຣະວິຫານຂອງພຣະຢາເວ ແລະ ໃນເລື່ອງພະລາຊະສຳນັກຂອງພະອົງ, ພະອົງກໍຊົງກະທຳໃຫ້ສຳເລັດຫມົດ. \v 12 ແລ້ວພຣະຢາເວຊົງປະກົດແກ່ໂຊໂລໂມນໃນເວລາກາງຄືນ ແລະ ກ່າວກັບພະອົງວ່າ, “ເຮົາໄດ້ຍິນຄຳອະທິຖານຂອງເຈົ້າ, ແລະ ໄດ້ເລືອກສະຖານທີ່ນີ້ສຳລັບເຮົາໃຫ້ເປັນວິຫານແຫ່ງເຄື່ອງສັດບູຊາ.