lo_2ch_text_ulb_l3/07/08.txt

1 line
1.3 KiB
Plaintext

\v 8 ໃນເທື່ອນັ້ນ ໂຊໂລໂມນຊົງຖືເທດສະການຢູ່ເຈັດມື້, ແລະ ອິດສະຣາເອນທັງປວງຢູ່ກັບພະອົງດ້ວຍ, ເປັນຊຸມນຸມຊົນໃຫຍ່ຫລາຍ, ຕັ້ງແຕ່ທາງເຂົ້າເມືອງຮາມັດຈົນຮອດແມ່ນ້ຳເອຢິບ. \v 9 ແລະໃນມື້ທີແປດ ພວກເຂົາທັງຫລາຍມີການປະຊຸມອັນສັກສິດ, ເພາະໄດ້ມີງານມອບຖວາຍແທ່ນບູຊາເຈັດມື້, ແລະ ຖືເທດສະການກິນລ້ຽງມາເຈັດມື້ແລ້ວ. \v 10 ເມື່ອວັນທີຊາວສາມຂອງເດືອນທີເຈັດ, ໂໍຊໂລໂມນຊົງໃຫ້ປະຊາຊົນກັບໄປເຕັນຂອງຕົນ ດ້ວຍຄວາມຍິນດີ ແລະ ຈິດໃຈຊື່ນບານເພາະຄວາມດີທີ່ພຣະຢາເວໄດ້ຊົງສະແດງແກ່ດາວິດ, ແກ່ໂຊໂລໂມນ, ແລະ ແກ່ອິດສະຣາເອນ, ປະຊາຊົນຂອງພຣະອົງ.