lo_2ch_text_ulb_l3/07/04.txt

1 line
1.4 KiB
Plaintext

\v 4 ແລ້ວກະສັດ ແລະ ບັນດາປະຊາຊົນທັງຫລາຍໄດ້ຖວາຍເຄື່ອງສັດບູຊາຕໍ່ພຣະພັກພຣະຢາເວ. \v 5 ກະສັດໂຊໂລໂມນຊົງຖວາຍເຄື່ອງສັດບູຊາເປັນງົວສອງຫມື່ນສອງພັນໂຕ ແລະ ແກະຫນຶ່ງແສນສອງຫມື່ນໂຕ ແລະ ແບ້ທັງຫລາຍ. ດັ່ງນີ້ແຫລະ ກະສັດ ແລະ ປະຊາຊົນທັງປວງໄດ້ອຸທິດຖວາຍພຣະວິຫານແຫ່ງພຣະເຈົ້າ. \v 6 ບັນດາປະໂລຫິດ, ກໍຢືນປະຈຳຕຳແໜ່ງຂອງຕົນ; ທັງຄົນເລວີພ້ອມກັບເຄື່ອງດົນຕີຖວາຍແດ່ພຣະຢາເວ, ຊຶ່ງກະສັດດາວິດໄດ້ຊົງກະທຳເພື່ອສັນລະເສີນຂອບພຣະຄຸນພຣະຢາເວໃນເພັງນັ້ນ, "ເພາະຄວາມເມດຕາຂອງພຣະອົງດຳລົງຢູ່ເປັນນິດ." ປະໂລຫິດກໍເປົ່າແກຂ້າງຫນ້າພວກເຂົາ, ແລະ ອິດສະຣາເອນທັງປວງກໍຢືນຢູ່.