1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 25 ຊຸມນຸມຊົນທັງຫມົດຂອງຢູດາ, ກັບບັນດາປະໂລຫິດ ແລະຄົນເລວີ, ແລະ ທັງຊຸມນຸມຊົນທັງຫມົດທີ່ອອກມາຈາກອິດສະຣາເອນ, ແລະ ຄົນຕ່າງດ້າວທີ່ອອກມາຈາກແຜ່ນດິນອິດສະຣາເອນ ແລະ ຊຶ່ງຢູ່ໃນຢູດາ—ກໍຊົມຊື່ນຍິນດີພ້ອມກັນ. \v 26 ຈຶ່ງມີຄວາມຍິນດີອັນໃຫຍ່ໃນເຢຣູຊາເລັມ, ເພາະຕັ້ງແຕ່ສະໄຫມຂອງໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິດສະຣາເອນ ບໍ່ເຄີຍມີຢ່າງນີ້ເລີຍໃນເຢຣູຊາເລັມ. \v 27 ແລ້ວບັນດາປະໂລຫິດ, ແລະ ຄົນເລວີໄດ້ລຸກຂຶ້ນອວຍພອນປະຊາຊົນ. ສຽງຂອງພວກເຂົາກໍເຖິງພຣະກັນ, ແລະ ຄຳອະທິຖານຂອງພວກເຂົາກໍຂຶ້ນໄປທີ່ປະທັບບໍລິສຸດຂອງພຣະອົງຄືສະຫວັນ. |