|
\c 28 \v 1 ອາຮາດຊົງເລີ່ມປົກຄອງ ພະອົງມີອາຍຸຊາວປີ, ແລະ ພະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ. ພະອົງບໍ່ໄດ້ຊົງກະທຳສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຢາເວ, ຄືກັບດາວິດບັນພະບູລຸດຂອງພະອົງ. \v 2 ແຕ່ຊົງດຳເນີນຕາມທາງຂອງກະສັດແຫ່ງອິດສະຣາເອນ; ພະອົງໄດ້ຊົງສ້າງຮູບເຄົາລົບສຳລັບບັນດາພະບາອານ. |