lo_2ch_text_ulb_l3/20/03.txt

1 line
584 B
Plaintext

\v 3 ເຢໂຮຊາຟັດກໍຢ້ານກົວ ແລະ ຊອກສະແຫວງຫາພຣະຢາເວ. ພະອົງໄດ້ຊົງປະກາດໃຫ້ອົດອາຫານທົ່ວຢູດາ. \v 4 ຢູດາໄດ້ຊຸມນຸມກັນສະແຫວງຫາຄວາມຊ່ວຍເຫລືອຈາກພຣະຢາເວ; ພວກເຂົາທັງຫລາຍພາກັນມາຈາກຫົວເມືອງທັງຫມົດແຫ່ງຢູດາ ເພື່ອສະແຫວງຫາພຣະຢາເວ.