lo_2ch_text_ulb_l3/20/01.txt

1 line
755 B
Plaintext

\c 20 \v 1 ຢູ່ມາພາຍຫລັງ, ຄົນໂມອາບ ແລະ ຄົນອຳໂມນ ພ້ອມກັບພວກເຂົາຍັງມີຄົນອື່ນນອກຈາກຄົນອຳໂມນ ໄດ້ຂຶ້ນມາເຮັດສົງຄາມກັບເຢໂຮຊາຟັດ. \v 2 ມີຄົນມາທູນເຢໂຮຊາຟັດ, ກ່າວວ່າ, “ມີຄົນຫມູ່ໃຫຍ່ມາສູ້ຮົບກັບພະອົງຈາກຊີເຣຍເບື້ອງນີ້ ຈາກຟາກທະເລຟາກນັ້ນ, ແລະ ເບິ່ງແມ, ເຂົາທັງຫລາຍຢູ່ໃນຮາຊາໂຊນຕາມາ," ຄືເອັນເກດີ.