lo_2ch_text_ulb_l3/30/16.txt

1 line
779 B
Plaintext

\v 16 ພວກເຂົາເຂົ້າປະຈຳຕຳແໜ່ງທີ່ເຄີຍເຮັດ, ຕາມບົດບັນຍັດຂອງໂມເຊ,ຄົນຂອງພຣະເຈົ້າ. ປະໂລຫິດກໍເອົາເລືອດທີ່ຕົນຮັບມາຈາກມືຂອງຄົນເລວີມາຊິດໃສ່. \v 17 ເພາະວ່າມີຫລາຍຄົນໃນຊຸມນຸມຊົນນັ້ນຍັງບໍ່ໄດ້ຊຳລະຕົນໃຫ້ບໍລິສຸດ. ຄົນເລວີຈຶ່ງຕ້ອງຂ້າແກະປັດສະຄາແທນທຸກຄົນທີ່ມີມົນທິນ ເພື່ອເຮັດໃຫ້ບໍລິສຸດຕໍ່ພຣະຢາເວ.