lo_2ch_text_ulb_l3/28/14.txt

1 line
1.2 KiB
Plaintext

\v 14 ເພາະສະນັ້ນ ຜູ້ຖືອາວຸດຈຶ່ງຖິ້ມຊະເລີຍ ແລະ ສິ່ງຂອງທີ່ຍືດມາຕໍ່ຫນ້າເຈົ້ານາຍ ແລະ ຊຸມນຸມຊົນທັງປວງ. \v 15 ຜູ້ຊາຍທີ່ຖືກລະບຸຊື່ນັ້ນໄດ້ລຸກຂຶ້ນເອົາເສື້ອຜ້າທີ່ຍຶດມາໃຫ້ແກ່ຄົນທີ່ເປືອຍກາຍຢູ່ໃນພວກຊະເລີຍ ແລະ ພວກເຂົາກໍນຸ່ງຫົ່ມໄວ້ ທັງເອົາເກີບໃຫ້ພວກເຂົາໃສ່. ພວກເຂົາຈັດຫາອາຫານ ເຄື່ອງດື່ມໃຫ້. ພວກເຂົາທັງທາບາດແຜໃຫ້ພວກເຂົາ ແລະ ນຳຄົນທີ່ອ່ອນເພຍຂຶ້ນລາ. ນຳພວກເຂົາກັບມາຫາຍາດພີ່ນ້ອງຂອງພວກເຂົາທີ່ເມືອງເຢຣິໂກຄື ເມືອງຕົ້ນຕານ ແລະ ພວກເຂົາທັງຫລາຍກໍກັບໄປຊາມາເຣຍ.