lo_2ch_text_ulb_l3/09/10.txt

1 line
1.3 KiB
Plaintext

\v 11 \v 10 ຂ້າລາຊະການຂອງຮູຣາມ ແລະ ຂ້າລາຊະການຂອງໂຊໂລໂມນ, ຜູ້ນຳຄຳມາຈາກໂອຟີ, ໄດ້ນຳໄມ້ດູ່ ແລະ ເພັດພອຍຕ່າງມາ .\v 11 ແລ້ວກະສັດຊົງໃຊ້ໄມ້ດູ່ເຮັດຂັ້ນໄດພຣະວິຫານຂອງພຣະຢາເວ ແລະ ພະລາຊະວັງ, ທັງເຮັດພິນຄູ່ ແລະ ພິນໃຫຍ່ໃຫ້ແກ່ນັກຮ້ອງ. ຊຶ່ງແຕ່ກ່ອນບໍ່ເຄີຍເຫັນມີແບບນີ້ໃນແຜ່ນດິນຢູດາ. \v 12 ກະສັດໂຊໂລໂມນພະລາຊະທານທຸກຢ່າງແກ່ພະລາຊີນີແຫ່ງເຊບາຕາມທີ່ພະນາງຊົງມີພະປະສົງ, ບໍ່ວ່າພະນາງຈະທູນຂໍສິ່ງໃດ, ນອກເຫນືອໄປຈາກສິ່ງທີ່ພະນາງນຳມາຖວາຍກະສັດ. ດັ່ງນັ້ນພະນາງກໍສະເດັດກັບໄປແຜ່ນດິນຂອງພະນາງ, ພ້ອມກັບຂ້າລາຊະການຂອງພະນາງ.