lo_2ch_text_ulb_l3/02/15.txt

1 line
1.8 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 15 ເພາະສະນັ້ນ ບັດນີ້, ເລື່ອງເຂົ້າສາລີ ແລະ ເຂົ້າບາເລ, ນ້ຳມັນ ແລະ ນ້ຳອະງຸ່ນ, ທີ່ເຈົ້ານາຍຂອງຂ້າພະເຈົ້າໄດ້ກ່າວເຖິງນັ້ນ, ຂໍພະອົງໄດ້ສົ່ງໄປໃຫ້ພວກເຂົາຜູ້ຮັບໃຊ້ພະອົງສາ. \v 16 ພວກເຮົາຈະຕັດໄມ້ເທົ່າທີ່ພະອົງຕ້ອງການຈາກເລບານອນ, ຕາມຈຳນວນໄມ້ທີ່ຕ້ອງການ. ພວກເຮົາຈະນຳມາໃຫ້ພະອົງໂດຍແພທາງທະເລເຖິງເມືອງຢົບປາ, ແລະ ເພື່ອວ່າພະອົງຈະໄດ້ນຳຂຶ້ນໄປໃນເມືອງເຢຣູຊາເລັມ.” \v 17 ໂຊໂລໂມນຊົງເຮັດບັນຊີສຳມະໂນຄົວຄົນຕ່າງດ້າວທັງຫມົດຜູ້ຢູ່ໃນແຜ່ນດິນອິດສະຣາເອນ, ພາຍຫລັງ ບັນຊີສຳມະໂນຄົວທີ່ດາວິດ, ພໍ່ຂອງພະອົງ, ໄດ້ຊົງເຮັດໄວ້. ປະກົດວ່າມີຄົນຫນຶ່ງແສນຫ້າຫມື່ນສາມພັນຫົກຮ້ອຍຄົນ. \v 18 ພຣະອົງຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນເຄື່ອງ. ແລະ ໃຫ້ແປດຫມື່ນຄົນສະກັດຫີນຢູ່ເທິງພູເຂົາ, ແລະ ຄົນສາມພັນຫົກຮ້ອຍຄົນເປັນຜູ້ເບິ່ງແຍງໃຫ້ປະຊາຊົນເຮັດວຽກ.