lo_2ch_text_ulb_l3/29/29.txt

1 line
800 B
Plaintext

\v 29 ເມື່ອການຖວາຍບູຊາສຳເລັດແລ້ວ, ກະສັດ ແລະ ຄົນທັງປວງທີ່ຢູ່ກັບພະອົງກໍກາບລົງນະມັດສະການ. \v 30 ຍິ່ງໄປກວ່ານັ້ນ, ກະສັດເຮເຊກີຢາ, ແລະ ເຈົ້ານາຍກໍບັນຊາໃຫ້ຄົນເລວີຮ້ອງເພງສັນລະເສີນພຣະຢາເວດ້ວຍຖ້ອຍຄຳຂອງດາວິດ ແລະຂອງອາສັບຜູ້ທຳນວາຍ. ພວກເຂົາທັງຫລາຍຮ້ອງເພງສັນລະເສີນດ້ວຍຄວາມຍິນດີ ແລະ ກົ້ມຫົວລົງນະມັດສະການ.